Thursday, April 18, 2013

ສະຫລອງປີໃຫມ່ລາວ ພສ 2556 ຢ່າງຄຶກຄື້ນມ່ວນຊື່ນ


       ນັບແຕ່ວັນທີ 14​-16 ເມສາ 2013 ນີ້ ເປັນໄລຍະສະເຫລີມສະຫລອງປີໃໝ່ ລາວເຊິ່ງເປັນບຸນປະເພນີປະຈຳຊາດຂອງ ລາວ " ສົ່ງ ທ້າຍປີເກົ່າ ປີມະໂລງ ພສ. 2555 ແລະ ຕ້ອນຮັບປີໃໝ່ ປີມະເສັງ ພສ. 2556 " ປະຊາຊົນລາວໃນທົ່ວປະ ເທດຕ່າງກໍໄດ້ຈັດຕັ້ງການສະເຫລີມສະຫລອງດ້ວຍຄວາມເບີກບານມ່ວນຊື່ນແລະ ເຕັມໄປດ້ວຍຄວາມ ຮັກແພງສາມັກຄີຂອງວົງສາ ຄະນາຍາດແຫ່ງຊາດ.
      ໃນ​ວັນ​ທີ 14 ເມສາ 2013 ກົງ​ກັບມື້ຂຶ້ນ 4 ຄ່ຳເດືອ​ນ 5 ພສ. 2555 ເປັນ​ມື້​ເລີ່​ມຕົ້ນສະ​ເຫລີ​ມສະ​ຫລອງ​ບຸນປີ​ໃໝ່​ລາວ ຕາມ​ຮີດຄອງ​ປະ​ເພນີ​ອັນ​ດີງາມຂອງ​ປະ ຊາຊົນ​ລາວ​​ ຊຶ່ງ​ໃນ​ວັນ​ດັ່ງກ່າວ​ເປັນ​ມື້ສັງ ຂານ​ລ່ວງ​ຊາວ​ພຸດ ແລະ ປະຊາຊົນ​ລາວ ​ຢູ່​ນະ ຄອນຫລວງ​ວຽງ​ຈັນ ​ກໍ​ຄື​ຢູ່​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ຕ່າງກໍໄດ້​ຈັດ​ກິດຈະ​ກຳ​ສຳຄັນ​ຕ່າງໆ​ທາງ​ພຸດທະ​ສາສະໜາ ​ເປັນຕົ້ນ​ ຢູ່​ຕາມ​ວັດວາອາ​ຮາມ​ແຕ່ລະ​ແຫ່ງ​​ໄດ້​ນຳ​ເອົາ​ພະພຸດທະ​ຮູບ ​ລົງ​ປະດິດສະຖານ​ໄວ້​ທີ່​ຫໍ​ສົງ​ ເພື່ອ​ເປີດ​ໂອກາດ​ໃຫ້​ຊາວ​ພຸດ​ທະ​ບໍລິ ສັດທັງຫລາຍ ​ແລະ ປະຊາຊົນລາວ​ບັນດາ​ເຜົ່າ ​ໄດ້​ຫົດ ສົງ​ຕາມ​ຮີດຄອງປະ​ເພນີອັນ ດີງາມທີ່ມີມາແຕ່ດຶກດຳບັນ ແລະ ​ໃນ​ຂະ ນະ​ດຽວ​ກັນ​ ຢູ່​ຕາມ​ສຳນັກງານ​ອົງການ, ຄຸ້ມ​ບ້ານ​ຊານ​ເມືອງ​ ບໍ່​ວ່າ​ຢູ່​ນະຄອນຫລວງ​ວຽງ​ຈັນ ຫລື ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ ກໍ​ໄດ້​ຈັດ​ພິທີບາສີສູ່ຂວັນ, ທຳ​ພິທີ​ຕັກບາດ, ຈັດຕັ້ງພິທີ​ອວຍພອນ​ໃຫ້​ແກ່​ການ​ນຳ​
ຂອງ​ຕົນ​ ຕະຫລອດ​ເຖິງ​ຄາລະວະ​ສົມ​ມາ​ຜູ້​ຊົງ​ຄຸນ​ວຸດ​ທິ​, ພໍ່​ແມ່​ເຖົ້າ​ແກ່ ອາວຸ​ໂສ​ ເພື່ອ​​ສະ​ແດງ​ຄວາມ​ຮູ້ ບຸນຄຸນ ກະຕັນຍູ​ກະຕະ​ເວທີ​ ຕໍ່​ຜູ້​ມີ​ພະ​ຄຸນ ​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​ໃໝ່​ ບົນ​ຈິດ​ໃຈ​ແຫ່ງ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ, ຮັກສາ​ໄດ້​ຮີດຄອງ​ປະ​ເພນີ​ ທີ່​ເປັນ​ເອກະ ລັກ​ຂອງ​ຊາດ​ຕົນ​ ໃຫ້​ຄົງ​ຢູ່​ຕະ ຫລອດ​ການ.
         ການສະ​ເຫລີ​ມສະຫລອງ​ ວັນ​ບຸນປະ​ເພນີ​ສຳຄັນ​ຂ""ອງ​ຊາດ​ ​ໃນ​ມື້ສັງຂານ​ລ່ວງ​ ສະ​ເພາະ​ຢູ່​ນະຄອນຫລວງ ວຽງ​ຈັນ ມວນ​ຊົນ​ຊາວ​ນະຄອນຫລວງ​ ໄດ້​ຈັດ​ກິດຈະ​ກຳ​ສຳຄັນ​ທາງປະເພນີ ເປັນຕົ້ນການແຫ່​ນາງ​ສັງຂານ, ຊຶ່ງນາງສັງຂານຂອງນະ ຄອນຫລວງວຽງຈັນປີນີ້ໄດ້ຜ່ານການປະກວດໃນຄ່ຳຄືນຂອງວັນທີ 12 ເມສາ 2013. ສຳລັບ ເສັ້ນທາງ ການແຫ່ນາງສັງຂານ ເລີ່​ມຈາກ​ວັດ​ອິນ​ແປງ​ແຫ່ໄປຕາມຖະໜົນເສດຖະທິລາດໄປຮອດນ້ຳພຸ ແລ້ວ ໂຄ້ງ ກັບຄືນ ຕາມຖະໜົນເຈົ້າຟ້າງຸ່ມຮອດສາມ ແຍກປາກປ່າສັກລ້ຽວຫາວັດອິນແປງເພື່ອມອບສົ່ງພະພຸດທະຮູບ, ພະສົງ, ຫົວພະຍາກະບິນລະພົມ ໃຫ້ແກ່ວັດອິນແປງ.
          ໃນຂະ​ບວນ​ແຫ່​ປະກອບ​ມີ ຂະບວນຮັບພະພຸດທະຮູບ, ຂະ ບວນພະສົງ, ຂະບວນການ ນຳ ນະຄອນຫລວງວຽງຈັນ ແລະ ເຖົ້າ​ແກ່​ແນວ​ໂຮມ ຊຶ່ງນຳໂດຍ ທ່ານ ສຸກັນ ມະຫາລາດ, ກຳມະ ການສູນກາງພັກ, ເລຂາຄະນະ ພັກ, ເຈົ້າຄອງນະຄອນ ຫລວງ ວຽງຈັນ, ຂະບວນແຫ່ຫົວ ພະຍາ ກະບິນລະພົມ,ນາງສັງຂານ (ນາງ ທັງ 7), ຂະບວນດົນຕີ ມະໂຫລີພື້ນ ເມືອງລາວ, ຂະ​ບວນບຸບຜາ​ສາດ ​ແລະ ອ່າງ​ນ້ຳຫົດສົງ ແລະ ຂະ ບວນ ມວນຊົນຊາວນະຄອນ ຫລວງ ວຽງຈັນ ເຂົ້າຮ່ວມຫລາຍ ພັນຄົນ. 

No comments:

Post a Comment