Friday, June 08, 2012

ຄວາມພາຍາຍາມໃນການຕົບແຕ່ງຫນ້າ Blog ຂອງຂ້ອຍ

ຫລັງຈາກທີ່ໄດ້ຕົບແຕ່ງຫນ້າເວັບເສັດສິ້ນແລ້ວ ແຕ່ກະຍັງບໍ່ສົມບູນເພາະເຮັດຫຍັງກະບໍ່ເປັນ ເຮັດໄດ້ແຕ່ເທົ່າທີ່ເຮັດນີ້

ຢາກເອົາປຸ່ມ Like ມາໃຫ້ຫມູ່ເພື່ອນກົດ Like ໃນ blog ຂ້ອຍໄດ້ງ່າຍໆ ແຕ່ກະເອົາມາບໍ່ໄດ້ຈັກເທື່ອ ຫາວິທີເຮັດໃນ Google & YouTube ແຕ່ກະຍັງບໍ່ສາມາດເອົາໂຊໄດ້ ແລະ ອີກອັນຫນຶ່ງກະຄືປຸ່ມທີ່ກະເຈົ້າ ມັກໃຊ້ຊື່ວ່າ Home ຫລື ພວກ ຄຳວ່າ About me ແບບນີ້ນະ ຂ້ອຍກະເຮັດໃດ້ແຕ່ປຸ່ມ Home ປຸ່ມດຽວ ໃຈກະຢາກເຮັດຄືບ້ານຄືເມືອງຫັ້ນລະແຕ່ເຮັດບໍ່ເປັນ ຖ້າໃຜທີ່ເຄີຍໃຊ້ Blog ຫລື ວ່າມີຄວາມຮູ້ທັງດ້ານນີ້ກະຊ່ວຍບອກແຕ່ແດ່ເພື່ອສິໄດ້ມີຫນ້າເວັບງາມໆຄືບ້ານເພີ່ນ ຮ່າໆໆໆ 

2 comments: