ກ່ອນອື່ນຂ້າພະເຈົ້າຂໍແນະນຳຕົວເອງກ່ອນ
ສະບາຍດີຫມູ່ເພື່ນທັງຫລາຍທີ່ກຳລັງອ່ານ blog ນີ້ ຫລື ບໍ່ໄດ້ອ່ານ
ຂ້າພະເຈົ້າມີນາມວ່າ ທ.ບຸນຈັນ ແກ້ວຫນູຈັນ
ອາຍຸ 20 ປີ ເຊິ່ງຕອນນີ້ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລຮາດຊະທານີ ວິທະຍາເຂດອຸດອນທານີ
ຄະນະບໍລິຫານ ສາຂາ ຄອມພິວຕີ້ທຸລະກິດ (ຫາວຽກໃຫເຮັດແດ່ດີ້ທ່ານຜູ້ອ່ານ ເພາະຕອນນິ້ໃຫ້ຈະຈົບແລ້ວ ແຕ່ຍັງຫາບ່ອນໄປປະຈຳການບໍ່ໄດ້ເທື່ອ T_T)
ຕິດຕໍ່https://www.facebook.com/larn.keonuchanh
ນີ້ແມ່ນ ເວັບ ຫລື ຈະເອີ້ນອີກຊື່ຫນຶ່ງວ່າ Blog ກໍ່ໄດ້ ເພາະວ່າຄໍາທີ່ຕິດປາກຂອງຄົນສ່ວນຫລາຍແມ່ນ ເຂົາເຈົ້າຈະເອີ້ນວ່າ Blog ນັ້ນເອງ,ນີ້ກໍ່ແມ່ນ Blog ທີ່ຂ້າພະເຈ້າໄດ້ທົດລອງຂຽນຂື້ນມານັ້ນເອງ ເພື່ອຢາກຈະ Share ຂໍ້ມູນສ່ວນຕົວ ແລະ ຂໍ້ມູນຄວາມຮູ້ຕ່າງໆທີ່ຕົນໄດ້ພົບພໍ້ ຫລື ວ່າພົບເຫັນມາບໍ່ວ່າຈະເປັນ ບົດຄວາມ, ເຫດການ, ຂ່າວສານ ແລະ ເນື້ອຫາຕ່າງໆໃນສັງຄົມມາເພີຍແພ່ສູ່ສາຍຕາຜູ້ຄົນໃນໂລກອອນໄລ.
ຂ້າພະເຈົ້າເຊື່ອວ່າສັງຄົມລາວລວມທັງຕ່າງຊາດຄົນສ່ວນຫລາຍຈະໃຫ້ຄວາມສຳຄັນໃນການໃຊ້ເວລາໃນໂລກອອນໄລ ພໍໆກັບການໃຊ້ຊີວິດປະຈຳວັນຂອງເຂົາເຈົ້າເຊິ່ງເຮົາຈະເຫັນໄດ້ວ່າຄົນລາວເຮົາປັດຈຸບັນນີ້ກໍ່ໄດ້ຫັນມາໃຫ້ຄວາມສຳຄັນ
ໃນການໃຊ້ສື່ Internet ເພື່ອເຜີຍແພ່ຂໍມູນຂ່າວສານຕ່າງໆຫລື ການຕິດຕໍ່ຫມູ່ເພື່ອນ.
ດັ່ງນັ້ນຂ້າພະເຈ້າເອງກໍ່ເລີຍຄິດທີ່ຈະສ່າງ blog ນີ້ຂື້ນມາເພື່ອເຜີຍແພ່ຂໍ້ມູນໃຫ້ຫມູ່ເພື່ອນໄດ້ຮັບຮູ້ທົ່ວໆກັນ.
ນີ້ຄືຕົວຕົນຂອງຂ້າພະເຈົ້າ ຮ່າໆໆໆ ເຮັດແທ້ອີກ :)
No comments:
Post a Comment